Somphong
Uploaded by
25 SLIDES
0 VUES
0LIKES

Presen

DESCRIPTION

saddaasdads

1 / 25

Télécharger la présentation

Presen

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ບົດນຳສະເໜີ: ພັດທະນາ ແລະ ຄຸ້ມຄອງລະບົບເຄືອຂ່າຍດ້ວຍ Mikrotikຂອງບໍລິສັດ ລາວເອເຊຍ ຂຽນໂດຍ: ນາງ ອານົງລັກ ພູໄຊ ທ້າວ ສົມພົງ ເພຍລາດ ທ້າວ ສຸລິຍາ ສີສົມສຸກ ອາຈານທີ່ປຶກສາ: ຄຳປະເສີດ ຈັນທຸມພອນ ລາຍເຊັນ:

  2. ຄວາມເປັນມາ ແລະ ເຫດຜົນຂອງການຄົ້ນຄວ້າ • ບໍລິສັດ ລາວເອເຊຍ ສ້າງຕັ້ງຂື້ນໃນວັນທີ 11 ກໍລະກົດ 2016 ເຊິ່ງເປັນເວລາກວ່າ 9 ປີ ຜູ້ກໍ່ຕັ້ງບໍລິສັດແມ່ນ ທ່ານ ສົມສັກ ໄຊຍະວົງ. ເລີ່ມຕົ້ນມີພຽງພະນັກງານກຸ່ມຄົນຈຳນວນຫນ້ອຍ ແຕ່ປັດຈຸບັນເສດຖະກິດໄດ້ມີການຂະຫຍາຍຕົວສົ່ງຜົນໃຫ້ບໍລິສັດຈຳເປັນຕ້ອງເພີ່ມຈຳນວນພະນັກງານອອກເປັນຫລາຍຕຳແຫນ່ງເຮັດໃຫ້ມີຄວາມຕ້ອງ ການໃຊ້ງານລະບົບເຄືອຂ່າຍຫລາຍຂຶ້ນ ເຊິ່ງພວກເຮົາໄດ້ພັດທະນາລະບົບເຄືອຂ່າຍ ແລະ ໄດ້ມີການເພີ່ມຄວາມປອດໄພພາຍໃນບໍລິສັດ. • ດັ່ງນັ້ນ, ພວກເຮົາຈຶ່ງໄດ້ມີແນວຄິດປັບປຸງ ແລະ ຄຸ້ມຄອງລະບົບເຄືອຂ່າຍຂອງອົງກອນໃຫ້ໄປໃນທາງທີ່ດີຂຶ້ນ ໂດຍເລືອກອຸປະກອນເຄືອຂ່າຍເພື່ອໃຊ້ໃນການພັດທະນາລະບົບ, ໃຊ້ຊັບພະຍາກອນຮ່ວມກັນພາຍໃນເຄືອຂ່າຍຂອງບໍລິສັດ, ຕິດຕັ້ງ Firewall ຂອງບໍລິສັັດເຮັດໃຫ້ມີຄວາມປອດໄພຍິ່ງຂື້ນ, ເພື່ອໃຫ້ລະບົບເຄືອຂ່າຍ (Network) ແລະ ລະບົບໄຮ້ສາຍມີປະສິດທິພາບໃນການສື່ສານຂໍ້ມູນ ສະດວກສະບາຍຄວບຄຸມພື້ນທີໃຫ້ບໍລິການໄດ້ຢ່າງມີປະສິດທິພາບ.

  3. ບັນຫາຂອງການຄົ້ນຄວ້າ • ການນຳໃຊ້ອີນເຕີເນັດຍັງມີສາຍດຽວເຮັດໃຫ້ເວລາສາຍໜຶ່ງ Down ຈະບໍ່ມີໂຕຮອງຮັບ ແລະ ຖ້າອິນເຕີເນັດຫຼຸດ ກໍ່ຈະເຮັດໃຫ້ທັງລະບົບບໍ່ສາມາດນຳໃຊ້ເນັດໄດ້. • ການໃຊ້ອີນເຕີເນັດພາຍໃນບໍລິສັດຍັງບໍ່ເປັນລະບຽບ ຍ້ອນການນຳໃຊ້ຢ່າງບໍ່ມີຂອບເຂດຂອງພະນັກງານເຮັດໃຫ້ອິນເຕີເນັດຊ້າ. • ລະບົບຄວາມປອດໄພຍັງບໍ່ດີພໍ ພະນັກງານຍັງສາມາດເຂົ້າໃຊ້ Social Media ໄດ້ຕາມໃຈໃນເວລາເຮັດວຽກ. • ບໍລິສັດຍັງບໍ່ທັນມີ Server ທີ່ເປັນສູນກາງໃນການຈັດເກັບ ແລະ ແຊຣ໌ຂໍ້ມູນ.

  4. ຈຸດປະສົງຂອງການຄົ້ນຄວ້າຈຸດປະສົງຂອງການຄົ້ນຄວ້າ • ເພີ່ມອິນເຕີເນັດເຂົ້າອີກສາຍເພື່ອເຮັດ Load-Balance ທີ່ມີຜູ້ໃຫ້ບໍລິການອິນເຕີເນັດຫລາຍສາຍ ເຮັດໃຫ້ອິນເຕີເນັດບໍ່ຫຼຸດເວລາສາຍໜຶ່ງ down ຈະມີອີກສາຍຮອງຮັບ. • ສືກສາການກຳນົດການໃຊ້ງານອິນເຕີເນັດ ໂດຍໃຫ້ແຕ່ລະພະແນກມີການໃຊ້ອິນເຕີເນັດທີ່ເປັນລະບຽບ ແລະ ມີປະສິດທິພາບຂື້ນ ໂດຍການກຳນົດ Bandwidth . • ສືກສາການຕິດຕັ້ງ Firewall ປ້ອງກັນການເຂົ້າເຖິງເວັບໄຊທ໌ບໍ່ເຫມາະສົມ ຫຼື ບໍ່ຈຳເປັນໃນເວລາເຮັດວຽກ ແລະ ຮັກສາຄວາມປອດໄພຂອງຂໍ້ມູນໃນບໍລິສັດ. • ເພີ່ມ Server ເພື່ອເຮັດ File server ສຳຮອງຂໍ້ມູນ(Backup),ຈັດເກັບໄຟຮສ່ວນກາງ, ແຊຣ໌ໄຟລ໌ຮ່ວມກັນ ເພື່ອຮອງຮັບການຂະຫຍາຍຕົວຂອງອົງກອນ ແລະ ມີຂໍ້ມູນທີ່ເກັບໄວ້ເປັນສ່ວນກາງເວລາມີບັນຫາ.

  5. ຂອບເຂດຂອງການຄົ້ນຄວ້າ • ສຶກສາຕິດຕັ້ງລະບົບ Load-Balance ໃຫ້ເຄື່ອງລູກຂ່າຍທຸກເຄື່ອງພາຍໃນອົງກອນສາມາດໃຊ້ອິນເຕີເນັດໄດ້ຢ່າງທົ່ວເຖິງ. • ກຳນົດປະລິມານ Bandwidth ທີ່ແຕ່ລະຜູ້ໃຊ້ສາມາດໃຊ້ງານໄດ້ກັນທັງຫມົດພາຍໃນອົງກອນ. • ຕິດຕັ້ງລະບົບ Firwall, ເພື່ອບ໋ອກເວັບໄຊທີ່ບໍ່ຈຳເປັນໃນເວລາເຮັດວຽກ ເຊັ່ນ: Facebook, Youtube, Tiktok ແລະ ອື່ນໆ. • ຕິດຕັ້ງລະບົບ Server ໃຫ້ເປັນພື້ນທີ່ສຳລັບການແຊໄຟລ໌ ຫຼື ກະຈາຍຂໍ້ມູນພາຍໃນອົງກອນ ທີ່ທຸກຄົນພາຍໃນສາມາດເຂົ້າເຖິງໄດ້ ແລະ ເພື່ອສຳຮອງຂໍ້ມູນແບບອັດຕະໂນມັດ.

  6. ຜົນຄາດຄະເນທີ່ໄດ້ຮັບ • ການຕອບສະໜອງທີ່ສະຖຽນ ແລະ ໄວຂື້ນ ຕອບໂຈດໃຫ້ຜູ້ໃຊ້ບໍລິການ. • ຂໍ້ມູນພາຍໃນບໍລິສັດມີຄວາມປອດໄພ ແລະ ສະດວກສະບາຍໃນການເກັບຂໍ້ມູນ, ບໍ່ຈຳເປັນຕ້ອງສົ່ງຂໍ້ມູນຜ່ານ Application ເພາະມີ Server ທີ່ເປັນຕົວກາງ ຂໍ້ມູນຈະບໍ່ມີການສູນຫາຍ. • ຖ້າ Router ເຄື່ອງໃດຫນື່ງຢຸດເຮັດວຽກ ຍັງມີລະບົບອີກເຄື່ອງທີ່ຍັງຮອງຮັບ ສະນັ້ນຈະບໍ່ສົງຜົນກະທົບຕໍ່ຜູ້ຊົມໃຊ້. • ສາມາດກຳນົດສິດໃນການເຂົ້າເຖິງຂອງພະນັກງານໃນແຕ່ລະຫນ້າວຽກ. • ທຸກພະແໜກໄດ້ແບ່ງ Bandwidth ຕາມໜ້າວຽກ.

  7. ໄລຍະເວລາ ຫຼື ແຜນການເຮັດບົດຄົ້ນຄວ້າ

  8. ສະເໜີຫົວຂໍ້ ວາງແຜນ ແລະ ພັດທະນາ ຂັ້ນຕອນ ແລະ ວິທີດຳເນີນງານ ນຳສະເໜີຫົວຂໍ້ຕໍ່ບໍລິສັດທີ່ໄປສຳພາດ ແລະ ເກັບກຳຂໍ້ມູນ ນຳມາປັບປຸງປ່ຽນແປງໃຫ້ມີລະບົບທີ່ດີຂື້ນຕາມເປົ້າໝາຍທີ່ຕັ້ງໃວ້ ເກັບກຳຂໍ້ມູນ ທົດລອງໄຊ້ ແລະ ປັບປຸງ ສອບຖາມພະນັກງງານແຕ່ລະພະແນກ ນຳລະບົບມາທົດລອງໃຊ້ເພື່ອຫາຂໍ້ມູນທີ່ບົກພ່ອງແລ້ວນຳໄປແກ້ໄຂໃຫ້ດີຂື້ນ ສຶກສາລະບົບ ສະຫຼຸບຜົນ ທຳຄວາມເຂົ້າໃຈກ່ຽວກັບລະບົບຂອງບໍລິສັດ ແລະ ລະບົບທີ່ພັດທະນາ ການນຳມາປະມວນຜົນປຽບທຽບຈຸດດີ-ຈຸດອ່ອນຂອງລະບົບ ວິເຄາະລະບົບ ປ້ອງກັນບົດ ການຫາຈຸດດີ-ຈຸດອ່ອນຂອງລະບົບແລ້ວນຳມາພັດທະນາໃຫ້ດີຂື້ນ ການຂື້ນມານຳສະເໜີຕໍ່ອາຈານທີ່ເປັນຜູ້ກວດສອບ

  9. ສະຫລຸບລາຍການອຸປະກອນທີ່ເພີ່ມເຂົ້າມາ ແລະ ສະຫລຸບລາຄາ

  10. ຄວາມຕ້ອງການຂອງລະບົບ • Load Balance ນຳໃຊ້ Mikrotik ເພື່ອເພີ່ມຜູ້ໃຫ້ບໍລິການສາຍອິນເຕີເນັດເຂົ້າອີກ 1 ສາຍ ເພື່ອໃຫ້ນຳໃຊ້ອິນເຕີເນັດໄດ້ຢ່າງສະຖຽນລະພາບ, ຫຼຸດ ບັນຫາຊັບພະຍາກອນໃດຊັບພະຍາກອນຫນຶ່ງເຮັດວຽກຫນັກເກີນໄປ ແລະ ເພີ່ມປະສິດທີພາບໃຫ້ກັບລະບົບໂດຍລວມ. • File Server ເຄື່ອງຄອມພິວເຕີມີການແຊໄຟລໄວ້ໃນ Server ທີ່ເປັນສູນກາງ ເພື່ອໃຫ້ສະດວກໃນການໃຊ້ງານ ເນື່ອງຈາກຢູ່ໃນແຕ່ລະພະແນກ ສາມາດດຶງຂໍ້ມູນຈາກເຊີບເວີມາໃຊ້ງານໄດ້ ແລະ ຍັງປະຢັດພື້ນທີ່ໃນການເກັບຂໍ້ມູນເອກະສານຕ່າງໆ. • Block Web ບ໋ອກເວັບໄຊທ໌ທີ່ບໍ່ຈຳເປັນໃນເວລາເຮັດວຽກ ເພື່ອຈຳກັດການເຂົ້າເຖິງເວັບໄຊທ໌. • ກຳນົດ Bandwidth ຄວບຄຸມປະລິມານການໃຊ້ອິນເຕີເນັດ ເພື່ອໃຫ້ການໃຊ້ເຄືອຂ່າຍເປັນໄປໄດ້ຢ່າງມີປະສິດທິພາບ ແລະ ຍຸດຕິທຳ ໂດຍການຈຳກັດຄວາມ ໄວ ຫຼື ປະລິມານຂໍ້ມູນສຳລັບຜູ້ທີ່ໃຊ້ງານແອັບພິເຄເຊິນ ຫຼື ອຸປະກອນ. • ແຍກ VLAN ເພີ່ມຄວາມປອດໄພໃຫ້ສາມາດເຂົ້າເຖິງສະເພາະ VLAN ຕົວເອງ, ລົດຄວາມແອອັດພາຍໃນເຄືອຂ່າຍ ແລະ ແບ່ງກຸ່ມຜູ້ໃຊ້ງານໃຫ້ກັບ ແຕ່ລະພະແນກ.

  11. ແຜນຜັງອາຄານ ແລະ ໂຄງຮ່າງ (Logical Diagram)

  12. Logical Diagram ແບບໃໝ່

  13. ຕາຕະລາງສະແດງການກຳນົດສິດເຂົ້າໃຊ້ງານຂອງ File Server

  14. ຫມາຍເຫດ: R (Read) ຫມາຍເຖິງ ສາມາດອ່ານ ແລະ ເບິ່ງຂໍ້ມູນຂອງໄຟລ໌ນັ້ນໄດ້. W (Write) ຫມາຍເຖິງ ສາມາດແກ້ໄຂ, ບັນທຶກ, ສ້າງ ແລະ ລົບຂໍ້ມູນໃນໄຟລ໌ນີ້ໄດ້. X (Execute) ຫມາຍເຖິງ ສາມາດ run ໄຟລ໌ໄດ້ ແລະ ເຂົ້າ folder ນັ້ນໄດ້. (-) ບໍ່ສາມາດເຮັດຫຍັງໄດ້. Public: ທຸກຄົນສາມາດເຂົ້າໃຊ້ງານໄຟ໌ໄດ້ຢ່າງເຕັມທີ່. Users Home: ແມ່ນ User ທຸກຄົນຈະມີ directory ສ່ວນຕົວຂອງໃຜລາວ ມີແຕ່ຕົນເອງເທົ່ານັ້ນທີ່ສາມາດໃຊ້ງານໄດ້. ສິດໃນການເຂົ້າໃຊ້ງານ File Server

  15. ການກໍານົດສິດໃນການເຂົ້າໃຊ້ງານ Website

  16. ຕາຕະລາງການກຳນົດ Bandwidth

  17. ການທົດລອງຈິງ

  18. ສະຫຼຸບຜົນການຄົ້ນຄວ້າ • ຫຼັງຈາກຜ່ານການສຶກສາຄົ້ນຄວ້າອອກແບບ ແລະ ພັດທະນາລະບົບຄຸ້ມຄອງເຄືອຂ່າຍດ້ວຍ Mikrotik ຫຼາຍພໍສົມຄວນ ຈຶ່ງສະແດງໃຫ້ເຫັນວ່າຂໍ້ສະເໜີທີ່ພວກເຮົາໄດ້ອອກແບບວາງແຜນໄປທັງໝົດ ຂອງບໍລິສັດລາວເອເຊຍ ທີ່ໄດ້ສະເໜີກັບທາງບໍລິສັດ ບໍລິສັດມີຄວາມສົນໃຈໄອເດຍໂຄງການພັດທະນາປັບປຸງລະບົບພາຍໃນອົງກອນເປັນຢ່າງຍິງ ເພື່ອເປັນການຕໍ່ຍອດຂອງທຸລະກິດ. • ເຖີງແມ່ນວ່າລະບົບເຄື່ອຂ່າຍທີ່ພວກເຮົາປັບປຸງພັດທະນາຄົ້ນຄວ້າຂື້ນມາຈະຍັງບໍ່ທັນໄດ້ຄົບສົມບູນຕາມທີ່ພວກເຮົາຕ້ອງການກໍ່ຕາມ ແຕ່ລະບົບ ກໍ່ຍັງສາມາດຈະອໍານວຍຄວາມສະດວກໃຫ້ແກ່ບໍລິສັດລາວເອເຊຍ ໜ້ອຍກໍ່ຫຼາຍພໍສົມຄວນ. ເພາະບໍລິສັດມີແຜນທີ່ກຳລັງຈະພັດທະນາຂະຫຍາຍບໍລິສັດທີ່ກຳລັງປັບປຸງ ເພີ່ມການບໍລິການໃຫ້ລູກຄ້າສາມາດເຂົ້າເຖິງໄດ້ງ່າຍ ຈາກລະບົບເດີມທີ່ມີຢູ່ • ນອກຈາກນັ້ນ, ນອກຈາກນັ້ນ, ພວກຂ້າພະເຈົ້າຍັງມີຄວາມພາກພູມຫຼາຍທີ່ໄດ້ສຶກສາຄົ້ນຄວ້າກຽ່ວກັບລະບົບເຄືອຂ່າຍ ຂອງບໍລິສັດ ເຊິ່ງໄດ້ເຮັດໃຫ້ພວກຂ້າພະເຈົ້າໄດ້ຮັບບົດຮຽນອັນລໍາຄາຫຼາຍໆຢ່າງຈາກການໄປຊອກ ຫາຄົ້ນຄວ້າຂໍ້ມູນຕ່າງໆມາໃຊ້ໃນການຂຽນບົດຄັ້ງນີ້ ແລະ ຍັງມີຄວາມພູມໃຈຫຼາຍທີ່ມີໂອກາດໄດ້ຊ່ວຍໃຫ້ທາງພະນັກງານ ແລະ ແຂກທີ່ເຂົ້າມາພົວພັນວຽກ ຫຼື ບໍລິການທີ່ຈະເພີ່ມເຂົ້າມານັ້ນມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.

  19. ຕີລາຄາ ຈຸດດີ - ຈຸດອ່ອນ ຂອງການຄົ້ນຄວ້າລະບົບເດີມກ່ອນພັດທະນາ • ຈຸດດີ • ໃຊ້ງານໄດ້ຈິງໃນລະດັບມາດຕະຖານ. • ບໍ່ຊັບຊ້ອນສຳຫຼັບຜູ້ໃຊ້ງານທົ່ວໄປໃຫ້ສາມາດເຂົ້າໃຈລະບົບໄດ້ງ່າຍ. • ຈຸດອ່ອນ • ບໍ່ມີການແຍກຜູ້ໃຊ້ຕາມຜະແໜກ ຫຼື VLAN. • ບໍ່ສາມາດຈຳກັດຄວບຄຸມ Bandwidth ໄດ້ ສົ່ງຜົນໃຫ້ internet ຊ້າເມື່ອມີຜູ້ໃຊ້ງານຫຼາຍພະແນກ. • ບໍ່ມີລະບົບຮັກສາຄວາມປອດໄພ ເຊັ່ນ : Firewall ຫຼື ການບ໋ອກເວັບເຮັດໃຫ້ພະນັກງານສາມາດເຮັດວຽກສ່ວນຕົວໄດ້ຢ່າງອິດສະຫລະ ນອກເໜືອຈາກວຽກໃນອົງກອນມອບໝາຍ. • ການກໍານົດ IP ບໍ່ເປັນລະບຽບ ເຮັດໃຫ້ເກີດປັນຫາ IP ຊໍ້າ. • ຜູ້ໃຊ້ງານສາມາດເຂົ້າເຖິງຂໍ້ມູນກັນໄດ້ງ່າຍ ຂາດການຄວບຄຸມສິດ. • ບໍ່ມີລະບົບ File-Server ພາຍໃນອົງກອນ. • ຖ້າຫາກມີຂໍ້ຜິດພາດເກີດຂື້ນແມ່ນຕ້ອງໄດ້ເສຍເວລາຫາຈຸດບົກຜ່ອງ. • ສາຍ LAN ຍັງກະຈາຍລາກຕາມພື້ນ ພັນກັນມົ່ວໄປໝົດ. • ຂາດຄວາມສະຖຽນ ບາງທີລະບົບ Down ເມື່ອມີຜູ້ໃຊ້ງານຫຼາຍ.

  20. ຕີລາຄາ ຈຸດດີ - ຈຸດອ່ອນ ຂອງການຄົ້ນຄວ້າລະບົບໃໝ່ທີ່ພັດທະນາ • ຈຸດດີ • ແຍກຜູ້ໃຊ້ຕາມ VLAN ຕາມຝ່າຍ ເຊັ່ນ: ຝ່າຍບັນຊີ ແລະ ຝ່າຍຂາຍເປັນຕົ້ນ. • ສາມາດຈັດສັນກຳນົດ Bandwidth ໃຫ້ແຕ່ລະຜະແໜກຢ່າງເໝາະສົມຕາມໃຊ້ງານ. • ມີ Firewall ແລະ ລະບົບຄວາມປອດໄພອື່ນໆ ປ້ອງກັນການເຂົ້າເຖິງ Website ທີ່ບໍ່ຈໍາເປັນ. • ກໍານົດ IP ໄດ້ແບບມີລະບຽບ ເຊັ່ນ: Static ຫຼື Dynamic. • ກຳນົດສິດເຂົ້າເຖິງຂໍ້ມູນຕາມລະດັບໄດ້ (Admin ແລະ User). • ມີ File Server ແລະ Website ພາຍໃນອົງການ. • ສາມາດຂະຫຍາຍລະບົບໄດ້ງ່າຍ ໂດຍບໍ່ຕ້ອງປ່ຽນໂຄງສ້າງຫຼາຍ. • ໃຊ້ Mikrotik ຕົວດຽວຄວບຄຸມໄດ້ທັງໝົດ ປະຫຍັດຄ່າໃຊ້ຈ່າຍ. • ລະບົບສະຖຽນ ແລະ ຮອງຮັບຜູ້ໃຊ້ຈໍານວນຫຼາຍໄດ້. • ຈຸດອ່ອນ • ຕ້ອງມີຄວາມຮູ້ທາງເຕັກນິກໃນການຕິດຕັ້ງ ແລະ ຕັ້ງຄ່າ Mikrotik. • ຜູ້ດູແລລະບົບຈໍາເປັນຕ້ອງໄດ້ຝຶກອົບຮົມ. • ຫາກລະບົບເກີດປັນຫາອາດຈໍາເປັນຕ້ອງໃຫ້ຜູ້ຊ່ຽວຊານເຂົ້າຊ່ວຍ. • ການປັບປຸງ ຫຼື ອັບເກຣດລະບົບ ຈໍາເປັນຕ້ອງໃຊ້ທັກສະດ້ານ Network. • ຕ້ອງໄດ້ຈໍາລອງລະບົບ ຍ້ອນອຸປະກອນມີມູນຄ່າສູງ ການເກັບຂໍ້ມູນບາງສ່ວນອາດຍັງຂາດຕົກບົກຜ່ອງ ການນໍາສະເໜີຂໍ້ມູນຍັງບໍ່ຄົບຖ້ວນສົມບູນເທົ່າທີ່ຄວນ. • ການປັບປຸງເຄື່ອຂ່າຍຍັງບໍ່ທັນໄດ້ນໍາເອົາໄປໃຊ້ງານໃນໂຕຈິງ.

  21. ຜົນຄາດຄະເນທີ່ໄດ້ຮັບ ຕໍ່ອົງກອນ ຕໍ່ຜູ້ຄົ້ນຄວົ້າ ສາມາດນຳເອົາລະບົບທີ່ເຮົາພັດທະນາ ແລະ ປັບປຸງໄປພັດທະນາຕໍ່ຍອດເພື່ອໃຫ້ເກີດປະສິດທິພາບຫຼາຍຂື້ນໃນອານາຄົດ. ຮູ້ໃນການນຳໃຊ້ອຸປະກອນ Mikrotik ແລະ ເຂົ້າໃຈກ່ຽວກັບປະໂຫຍດຂອງ File Server ຫລາຍຂື້ນ . ຮູ້ບັນຫາທີ່ເກີດຂືຶ້ນໃນການນຳໃຊ້ລະບົບເກົ່າ ແລະ ໃຫມ່. ໄດ້ຮຽນຮູ້ກ່ຽວກັບອຸປະກອນຄອມພິວເຕີ, ການອອກແບບ ແລະ ຕິດຕັ້ງລະບົບເຄືອຂ່າຍ. ແນວທາງການແກ້ໄຂກັບບັນຫາທີ່ເກີດກັບລະບົບເຄືອຂ່າຍຫຼາຍຂຶ້ນ. ຮູ້ຈັກ ແລະ ເຂົ້າໃຈການເຮັດວຽກເປັນກຸ່ມ. • ການຕອບສະໜອງທີ່ສະຖຽນ ແລະ ໄວຂື້ນ ຕອບໂຈດໃຫ້ຜູ້ໃຊ້ບໍລິການ. • ຂໍ້ມູນພາຍໃນບໍລິສັດມີຄວາມປອດໄພ ແລະ ສະດວກສະບາຍໃນການເກັບຂໍ້ມູນ, ບໍ່ຈຳເປັນຕ້ອງສົ່ງຂໍ້ມູນຜ່ານ Application ເພາະມີ Server ທີ່ເປັນຕົວກາງ ຂໍ້ມູນຈະບໍ່ມີການສູນຫາຍ. • ຖ້າ Router ເຄື່ອງໃດຫນື່ງຢຸດເຮັດວຽກ ຍັງມີລະບົບອີກເຄື່ອງທີ່ຍັງຮອງຮັບ ສະນັ້ນຈະບໍ່ສົງຜົນກະທົບຕໍ່ຜູ້ໃຫ້ບໍລິການ. • ສາມາດກຳນົດສິດໃນການເຂົ້າເຖິງຂອງພະນັກງານໃນແຕ່ລະຫນ້າວຽກ. • ມີລະບົບພັດທະນາທີ່ມີປະສິດທິຜົນໃນອົງກອນ. • ທຸກພະແໜກສາມາດໃຊ້ Bandwidth ໄດ້ຢ່າງເອກະພາບກັນ.

  22. ຂໍ້ຄົງຄ້າງ • ໃນອານາຄົດພາຍໜ້າຖ້າມີໂອກາດພວກເຮົາຢາກສຶກສາພັດທະນາລະບົບໃຫ້ຫຼາຍຂື້ນກວ່ານີ້ ໂດຍນຳໃຊ້ຕົ້ນທືນໃນການນຳອຸປະກອນເຂົ້າມານຳໃຊ້ໃຫ້ໜ້ອຍທີ່ສຸດຈະເປັນໄປໄດ້ ເຊິ່ງປະຈຸບັນເຮົານຳໃຊ້ອຸປະກອນຍັງເປັນຂອງນອກທີ່ຍັງມີລາຄາທີ່ສູງ ແລະ ມີຄວາມສ່ຽງທີ່ຈະເຮັດຜິດພາດ • ປະຈຸບັນຫຼາຍໆອົງກອນໄດ້ມີການສືກສາການນຳໃຊ້ອຸປະກອນມາຈາກທາງບໍລິສັດ Huawei ເຊິ່ງຫາໄດ້ງ່າຍ ແລະ ມີລາຄາຖືກ, ເຊິ່ງເປັນສິ່ງທີ່ໜ້າສົນໃຈໃນການພັດທະນາພາຍໃນພາກໜ້າ

  23. ແນວທາງໃນການພັດທະນາໃນອານາຄົດ ແລະ ຂໍ້ສະເໜີແນະນຳສຳຫລັບນັກສຶກສາລຸ້ນນ້ອງ ຫຼື ນັກຄົ້ນຄວ້າທີ່ສຶກສາແນວທາງພັດທະນາແບບດຽວກັບບົດ • ໃນອານາຄົດຖ້າຫາກມີຄົນສົນໃຈຢາກແນະນຳໃຫ້ນຳໃຊ້ອຸປະກອນ Mikrotik ຈິງ ເພື່ອງ່າຍຕໍ່ການທົດລອງ ຫຼື ທົດສອບແລະ ນຳໃຊ້ກັບ ຊອບແວທີ່ກ່ຽວຂ້ອງເຂົ້າໃນການໃຊ້ງານ ຖ້າເປັນໄປໄດ້ໃຫ້ສຶກສານຳໃຊ້ເຄື່ອງຂອງແບນຫົວເວີຍເຊິ່ງມີລາຄາທີ່ຖືກກວ່າຫຼາຍຈະໄດ້ປະຫຍັດງົບປະມານໄດ້ບໍ່ໜ້ອຍກໍ່ຫຼາຍພໍສົມຄວນ

  24. ຈົບໃນການພີເຊັ້ນ ຂໍຂອບໃຈ

More Related